 |
Home >
ສຸຂະພາບວິທະຍາສາດ>
Nokia ກັບ Microsoft ເປີດໂຕ ມືຖື smartphones ລຸ້ນໃໝ່ລ່າສຸດຂອງຕົນ (ວີດີໂອລາວ/ອັງກິດ)
|
|
|
|
Updated:
01/01/1970
Viewed : 522
ການແຂ່ງຂັນກັນດ້ານຄອມພິວເຕີເຄື່ອນທີ່ ກໍາລັງດຸເດືອດຂຶ້ນຢູ່ໃນໂລກ ພ້ອມກັບການປະກາດເປີດໂຕຜະລິດຕະພັນຕ່າງກັນ ເມື່ອວັນພຸດອາທິດແລ້ວນີ້ ໂດຍສອງບໍລິສັດທີ່ເປັນພາຄີກັນ ຄື Nokia ກັບ Microsoft
|
|
|
|
|
ການແຂ່ງຂັນກັນດ້ານຄອມພິວເຕີເຄື່ອນທີ່ ກໍາລັງດຸເດືອດຂຶ້ນຢູ່ໃນໂລກ ພ້ອມກັບການປະກາດເປີດໂຕຜະລິດຕະພັນຕ່າງກັນ ເມື່ອວັນພຸດອາທິດແລ້ວນີ້ ໂດຍສອງບໍລິສັດທີ່ເປັນພາຄີກັນ ຄື Nokia ກັບ Microsoft ແລະໂດຍບໍລິສັດ Motorola ທີ່ເປັນເຄືອຂ່າຍຂອງ Google ນັ້ນ. ຜູ້ສື່ຂ່າວວີໂອເອ Mike O’Sullivan ລາຍງານວ່າ ຈະມີການເປີດໂຕ ຄອມພິວເຕີແບບເປັນແຜ່ນແປໆ ທີ່ເອີ້ນວ່າ tablet ຫລືແບບ ໄອແພດຂອງບໍລິສັດແອບເປິ້ນ ແລະໂທລະສັບເຄື່ອນທີ່ຫລືມືຖື ລຸ້ນໃໝ່ໆອອກມາອີກ ໃນບໍ່ເທົ່າໃດອາທິດຕໍ່ໜ້ານີ້ ຊຶ່ງຈະເປັນການເພີ່ມທາງເລືອກຕື່ມອີກໃຫ້ແກ່ພວກອຸບ ປະໂພກຫລືຜູ້ຊົມໃຊ້ທັງຫລາຍ. ທອງປານມີລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.
LOS ANGELES — ບໍລິສັດ ໂນເກຍ ແລະ ໄມໂຄຣຊອຟ ໄດ້ເປີດໂຕໂທລະສັບສະຫຼາດ ຫຼື smartphones ລຸ້ນໃໝ່ສອງລຸ້ນ ຄື ລຸ້ນ Lumia 820 ແລະ 920 ໃນ ການປະກາດຮ່ວມກັນ ທີ່ນີວຢ໊ອກ ເມື່ອວັນທີ 5 ກັນຍາຜ່ານມານີ້. ໂທລະສັບມືຖືລຸ້ນໃໝ່ດັ່ງກ່າວນີ້ ອວດອ້າງລະບົບສາກແບດເຕີຣີ່ແບບໄຮ້ສາຍ ລະບົບກ້ອງຖ່າຍຮູບທີ່ປັບປຸງໃຫ້ດີຂຶ້ນ ແລະຈະປະຕິບັດການດ້ວຍລະບົບ Window 8 ລຸ້ນໃໝ່ຂອງໄມໂຄຣຊອຟ ຊຶ່ງທ່ານ Stephen Elop ຫົວໜ້າບໍລິຫານບໍລິສັດໂນເກຍ ກ່າວວ່າ ການເປັນພາຄີຮ່ວມງານກັນຂອງສອງບໍລິສັດໃນດ້ານນີ້ ແມ່ນສໍາຄັນຫຼາຍ.
ທ່ານ Stephen Elop ເວົ້າວ່າ:“ເພື່ອຈະນໍາເອົາປະສົບການໃໝ່ໆທີ່ແຂ່ງຂັນກັບບໍລິສັດອື່ນໆໄດ້ ມາໃຫ້ບັນດາຜູ້ຊົມໃຊ້ນັ້ນ ໂນເກຍຈໍາເປັນຕ້ອງໄດ້ ເປັນພາກສ່ວນນຶ່ງຂອງລະບົບນິເວດວິທະຍາ.”
ລະບົບນິເວດວິທະຍາສໍາລັບເຄື່ອງຄອມພິວເຕີ ຄືການຜະສົມຜະສານເອົາ ຊອບແວ ຮາດແວ ແລະເຄືອຄ່າຍດິຈິເຕິລ ມາໃຊ້ນໍາກັນ. ພວກບໍລິສັດຕ່າງໆເຊັ່ນ Apple ແລະບໍລິສັດ Google ທີ່ຫາກໍເຂົ້າມາຮ່ວມໃນວົງການນີ້ ພ້ອມດ້ວຍລະບົບປະຕິບັດການ Android ນັ້ນ ຕ່າງກໍໄດ້ສ້າງລະບົບນິເວດວິທະຍາຂຶ້ນມາ ທີ່ຖືກນໍາໃຊ້ຢູ່ໃນໂທລະສັບ smartphone ແລະຄອມພິວເຕີແບບ tablet ຫລື ແບບໄອແພດນັ້ນ. Elizabeth Fife ຊຶ່ງສຶກສາເລຶ່ອງອຸດສາຫະກໍາຄອມພິວເຕີເຄຶ່ອນທີ່ ທີ່ມະຫາວິທະຍາໄລ Southern California ກ່າວວ່າ Microsoft ກໍກໍາລັງຫວັງວ່າ ຈະໄດ້ສ່ວນແບ່ງກໍາໄລ ຈາກລະບົບນິເວດວິທະຍາທີ່ຕົນສ້າງຂຶ້ນມາ ໃຫ້ມືຖື smartphone ຂອງໂນເກຍນັ້ນເຊ່ນກັນ.
|
Related items
|
ຊ່ວຍເຫຼືອ
Hotline |
02096693888 |
|
www.lak.la@gmail.com |
|
|
ຂໍ້ມູນຂ່າວສານ HOT
ພວກປະທ້ວງ ຕໍ່ຕ້ານລັດຖະບານໄທ ເສຍຊີວິດ 4 ຄົນ (ວີດີໂອ)
ອາເລັກຊານດຣາ - ຮັກເຈົ້າ ຕະຫຼອດໄປ
ສະຖິຕິ
ມື້ນີ້ 2 |
ມື້ວານ 1 |
Online1 |
ຈຳນວນຄັ້ງເຂົ້າເບິ່ງ 4144 |
ສະເລ່ຍ 4 |