
ໂຄງຮ່າງການ
ມີ0 ຜະລິດຕະພັນ ລວມທັງຫມົດ: 0 |
|
|||||
|
|||||
ພຽງເມື່ອບໍ່ດົນມານີ້ ຊາວອາເມຣິກັນແລະຍີ່ປຸ່ນ ແມ່ນເປັນກຸ່ມ ນັກທ່ອງທ່ຽວ ທີ່ໃຊ້ຈ່າຍເງິນຢ່າງບໍ່ອັ້ນຢູ່ໃນປະເທດຝຣັ່ງ. ແຕ່ ເລື່ອງນີ້ກໍາລັງປ່ຽນແປງໄປ ຄືໃນໄລຍະຫຼາຍເດືອນຂອງຊ່ວງ ລະດູຮ້ອນປີນີ້ ວົງການອຸດສາຫະກໍາທ່ອງທ່ຽວຂອງຝຣັ່ງ ປາ ກົດວ່າ ກໍາລັງພະຍາ ຍາມດຶງດູດເອົາລູກຄ້າຕ່າງຊາດໜ້າໃໝ່ ທີ່ກະເປົາເງິນໜັກ ມີອໍານາດຊື້ຢ່າງຫລວງຫລາຍອີກລາຍນຶ່ງ ນັ້ນກໍຄືນັກທ່ອງທ່ຽວ ຊາວຈີນ. ດຽວນີ້ຊາວຝຣັ່ງກໍາລັງພາກັນ ກັບຄືນເຂົ້າຫ້ອງຮຽນອີກ ເພື່ອຕັ້ງໜ້າຮຽນພາສາຈີນກັນ. ຄູສອນ Meifen Chen ສາບານວ່າ ພາສາຈີນກາງ ແມນດາຣິນ ຊຶ່ງເປັນພາສາທາງການຂອງຈີນນັ້ນ ຮຽນງ່າຍຫຼາຍ. ບາງເທື່ອ ຄູ Chen ອາດຈະເວົ້າຖືກ ແຕ່ການເຂົ້າໄປຢ້ຽມຢາມຫ້ອງຮຽນ ຂອງລາວ ກໍພາໃຫ້ຮູ້ສຶກຫວາດຫວັ່ນຢູ່. ນັກຮຽນຂອງລາວຄົນນຶ່ງເປັນນັກຂ່າວ ອີກຜູ້ນຶ່ງແມ່ນພຽງແຕ່ສົນໃຈຢາກຮຽນຮູ້ ກ່ຽວກັບຈີນ. ສ່ວນນັກຮຽນຄົນທີ່ສາມ Julie Antonello ເປັນເຈົ້າຂອງທຸລະກິດ ທີ່ມັກເດີນທາງໄປຈີນ ເປັນປະຈໍາ. ນາງ ຈູລີ ກ່າວວ່າ ລາວກໍາລັງຮຽນພາສາຈີນກາງ ເພື່ອຮັບປະກັນວ່າ ຕົນຈະບໍ່ເສຍປຽບໃນການດໍາເນີນທຸລະກິດ. “ແຕ່ນອກຈາກເລື້ອງນີ້ແລ້ວ ຂ້ອຍພຽງແຕ່ຢາກຮຽນຮູ້ປະເພນີຈີນ ເພາະວ່າຂ້ອຍທຽວ ໄປຈີນເລື້ອຍໆ ເພາະສະ ນັ້ນ ຂ້ອຍກໍຢາກເຂົ້າໃຈພາສາຈີນ ເພື່ອພະຍາຍາມຊ່ວຍ ເຫຼືອຕົນເອງໄດ້ ເວລາຈະຂີ່ລົດແທ໊ກຊີ້ ຫຼືໄປນັ່ງດື່ມກາເຟຕາມຮ້ານ ເປັນຕົ້ນ.” ປັດຈຸບັນນີ້ ບໍ່ແມ່ນແຕ່ຊາວຝຣັ່ງໄປປະກອບທຸລະກິດໃນຈີນ ແຕ່ທຸລະກິດຈີນກໍກໍາລັງຫຼັ່ງໄຫຼເຂົ້າມາໃນຝຣັ່ງເຊັ່ນກັນ. ປັດຈຸບັນນີ້ ມີ ຊາວຈີນເຂົ້າໄປທ່ອງທ່ຽວໃນຝຣັ່ງ ປະມານເຄິ່ງລ້ານ ຄົນທຸກໆປີ. ຜູ້ຈັດລາຍການທ່ອງທ່ຽວທັງຫຼາຍທໍານາຍວ່າ ຈໍານວນນັ້ນຈະຖີບຕົວສູງຂຶ້ນ ເປັນ ສອງລ້ານຄົນພາຍໃນປີ 2020. ພ້ອມກັບລາຍໄດ້ທີ່ຖີບຕົວສູງຂຶ້ນໃນຈີນນັ້ນ ຊາວຈີນຖານະປານກາງ ເຊັ່ນ ກຸ່ມຄູສອນພາສາກຸ່ມນີ້ ມີເງິນພໍທີ່ຈະໄປທ່ຽວຕ່າງປະ ເທດໄດ້. ຄູສອນພາສາອັງກິດ Chester ຄືຊື່ແບບຕາເວັນຕົກຂອງລາວ ກໍາລັງເພີດເພີນກັບການ ທ່ອງທ່ຽວປາຣີ ເພາະມີພາສາທີ່ ລາວເຂົ້າໃຈ. |
|||||
Related items
|