
ໂຄງຮ່າງການ
ມີ0 ຜະລິດຕະພັນ ລວມທັງຫມົດ: 0 |
|
|||||
|
|||||
ພວກນັກກີລາແລ່ນສະກີຣັດເຊຍ ໄດ້ກວດເອົາຫຼຽນໄປໝົດ ທັງສາມຫຼຽນ ໃນການແຂ່ງຂັນຍາດເອົາຫຼຽນ ລາຍການທຳ ອິດ ໃນຈຳນວນສາມລາຍການ ໃນມື້ສຸດທ້າຍຂອງການ ແຂ່ງຂັນກີລາໂອລິມປິກລະດູໜາວ ທີ່ເມືອງ Sochi ນັ້ນ. ທ້າວ Alexander Legkov ໄດ້ຫຼຽນຄໍາ ຂະນະທີ່ເພື່ອນ ຮ່ວມຊາດອີກສອງຄົນ ໄດ້ຮັບຫຼຽນເງິນແລະທອງແດງ ໃນ ການແລ່ນສະກີລະຍະໄກ 50 ຫຼັກກິໂລແມັດ ຊຶ່ງເປັນ ການ ຮັບປະກັນວ່າ ປະເທດເຈົ້າພາບຈະໄດ້ຮັບຫຼຽນຫຼາຍກວ່າ ໝູ່ ເວລາການແຂ່ງຂັນປະຈຳປີ 2014ສິ້ນສຸດລົງໃນແລງ ວັນອາທິດມື້ນີ້ ດ້ວຍອັນທີ່ຄາດກັນວ່າ ຈະເປັນ ພິທີອັດການ ແຂ່ງຂັນລົງທີ່ປະທັບໃຈແລະຕື່ນເຕັ້ນທີ່ສຸດນັ້ນ. ປັດຈຸບັນນີ້ ຣັດເຊຍໄດ້ຮັບທັງໝົດ 32 ຫຼຽນ ຮອງລົງມາແມ່ນສະຫະລັດ ໄດ້ຮັບ 27 ຫຼຽນ ແລະ Norway ໄດ້ຮັບ26 ຫຼຽນ. ຣັດເຊຍຍັງໄດ້ຮັບຫຼຽນຄຳລື່ນໝູ່ເຊັ່ນກັນ ຄືໄດ້ຮັບ 12 ຫຼຽນ ຕິດຕາມດ້ວຍ Norway ທີ່ໄດ້ຮັບ 11 ຫຼຽນ. ການແຂ່ງຂັນສອງລາຍການສຸດທ້າຍ ໃນວັນອາທິດມື້ນີ້ ແມ່ນການແຂ່ງຂີ່ລໍ້ເລື່ອນຫຼື bobsleigh ເທິງນ້ຳກ້ອນ ປະເພດຊາຍທີ່ຂີ່ນຳກັນ 4 ຄົນ ແລະການແຂ່ງຂັນ ຕີຄີປະເພດຊາຍ ຊີງເອົາຫຼຽນຄຳ ລະຫວ່າງທີມການາດາ ທີ່ປ້ອງກັນແຊັມ ແລະທີມSweden
|
|||||
Related items
|